ຫໍສະໝຸດ

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ

LIBRARY OF Lao Academy of Social and Economic Sciences

        ຫໍສະໝຸດ ສວສສຊ ຫຼື ຫໍສະໝຸດ ສະຖາບັນວິທະຍາສາດສເດຖະກິດ ແລະ ສັງຄົມແຫ່ງຊາດ.

        ໃນຊຸມປີ 1980 ຫໍສະໝຸດ ແມ່ນຂຶ້ນກັບ ຄະນະກໍາມະການວິທະຍາສາດສັງຄົມແຫ່ງຊາດ ໂດຍແມ່ນ ທ່ານ ສີຊະນະ ສີສານ ເປັນຫົວໜ້າ, ພາຍຫລັງທີ່ໄດ້ຮັບໃຊ້ບໍລິການມາໃນໄລຍະໜຶ່ງ ຄະນະກໍາມະການວິທະຍາສາດສັງຄົມແຫ່ງຊາດກໍໄດ້ຖືກຍຸບ ແລ້ວກົງຈັກການຈັດຕັ້ງຈຳນວນໜຶ່ງຈຶ່ງໄດ້ໂອນຍ້າຍໄປຂຶ້ນກັບພາກສ່ວນຕ່າງໆເຊັ່ນ: ສະຖາບັນຄົ້ນຄວ້າວັດທະນະທໍາ, ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

        ປະຈຸບັນ, ຫໍສະໝຸດ ສວສສຊ ແມ່ນຂຶ້ນກັບພະແນກຫໍສະໝຸດ, ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ໄດ້ປະຕິບັດໜ້າທີ່ຕາມພາລະບົດບາດໃນການຕອບສະໜອງຂໍ້ມູນຂ່າວສານໃຫ້ນັກຄົ້ນຄ້ວາ, ທະຫານ, ນັກຮຽນ – ນັກສຶກສາ ແລະ ມວນຊົນທົ່ວໄປ. ຫໍສະໝຸດ ສວສສຊ ຍັງເປັນຄັງສາງເກັບມ້ຽນເອກະສານທີ່ສໍາຄັນ ແລະ ເກັບມ້ຽນຂໍ້ມູນຮັບໃຊ້ໃນການຄົ້ນຄວ້າ, ເປັນສະຖານທີ່ສະໜອງຂໍ້ມູນການຄົ້ນຄວ້າທີ່ທັນສະໄໝດ້ວຍລະບົບອີບຸກ ແລະ ລະບົບທົດສະນິຍົມຂອງດິວອີ້. (DDC: Dewey Decimal Classification) ແລະ ໄດ້ສະສົມປື້ມຂໍ້ມູນຫລາຍປະເພດລວມມີພາສາລາວ ແລະ ຕ່າງປະເທດ.

ປະຈຸບັນ, ຫໍສະໝຸດ ສວສສຊ ມີຈຳນວນ ປຶ້ມທັງໝົດ 13,000 ເຫຼັ້ມ.