ຫໍສະໝຸດ

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ

LIBRARY OF Lao Academy of Social and Economic Sciences

ປະຫວັດຄວາມເປັນມາ

          ຫໍສະໝຸດ ສວສສຊ ໄດ້ຮັບການສ້າງຕັ້ງຂຶ້ນໃນ ປີ 2006 ເປັນພະແນກໜຶ່ງນອນໃນໂຄງປະກອບກົງຈັກຂອງສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີໜ້າທີ່ໃນການຮີບໂຮມ, ຈັດຊື້ປື້ມ, ອັດສໍາເນົາເອກະສານ, ແລກປ່ຽນ, ມອບ-ຮັບປື້ມ, ສື່ສິ່ງພິມອື່ນໆ, ໂສດທັດສະນະວັດຖຸຕ່າງໆ; ວິເຄາະຊັບພະຍາກອນຫໍສະໝຸດ, ຈັດໝວດໝູ່, ຄັດຫຍໍ້ໜັງສືບັນນານຸກົມປື້ມ ແລະ ວາລະສານຕ່າງໆ; ບໍາລຸງຮັກສາຊັບພະຍາກອນຫໍສະໝຸດ, ຄຸ້ມຄອງຄັງສາງຂໍ້ມູນ, ຟື້ນຟູປື້ມ ແລະ ເອກະສານເກົ່າແກ່ທີ່ຊຳຫຼຸດຊຸດໂຊມ ລວມທັງອຸປະກອນເຄື່ອງມືເຕັກນິກອື່ນໆ ທີ່ມີຄວາມສໍາຄັນ; ບໍລິການຫໍສະໝຸດພາຍໃນ ສວສສຊ ແລະ ສັງຄົມ ເພື່ອສືບຄົ້ນຫາຂໍ້ມູນ, ການຢືມ-ການສົ່ງ ແລະ ຈັດກິດຈະກຳຕ່າງໆ ກ່ຽວກັບສົ່ງເສີມການອ່ານ; ຫັນເປັນທັນສະໄໝໃນວຽກງານຫໍສະໝຸດ ດ້ວຍການສ້າງລະບົບຖານຂໍ້ມູນຫໍສະໝຸດເອເລັກໂຕຣນິກ ແລະ ເວັບໄຊ ເພື່ອສະດວກໃນການຂຶ້ນທະບຽນຂໍ້ມູນປຶ້ມ, ວາລະສານ ແລະ ສື່ສິ່ງພິມລົງໃນຖານຂໍ້ມູນ; ຫັນເອົາປື້ມ, ວາລະສານ, ສື່ສິ່ງພິມທີ່ມີ ໃຫ້ກາຍເປັນເອກະສານເອເລັກໂຕຣນິກ ແລະ ເຜີຍແຜ່ຂໍ້ມູນຜ່ານຊ່ອງທາງ ເວັບໄຊຂອງຫໍສະໝຸດ ແລະ ພົວພັນຮ່ວມມືກັບບັນດາຫໍສະໝຸດຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງການຝຶກອົບຮົມວຽກງານບັນນາລັກສາດ, ການບໍລິຈາກປື້ມ-ສິ່ງພິມເຊິ່ງກັນ ແລະ ກັນ, ການທັດສະນະສຶກສາ ແລະ ແລກປ່ຽນ ບົດຮຽນກັນທາງດ້ານຫໍສະໝຸດ ໃນແຕ່ລະໄລຍະ;

 

ຫໍສະໝຸດທີ່ຮ່ວມມື