ໜ້າວຽກຂອງ ຫໍສະໝຸດ ສວສສຊ ມີ:
1. ຮີບໂຮມ, ຮັບບໍລິຈາກ, ອັດສໍາເນົາເອກະສານ, ແລກປ່ຽນ, ຜະລິດ, ໂອນກຳມະສິດ, ມອບປຶ້ມ, ສິ່ງພິມ ອື່ນໆ, ໂສດທັດສະນະວັດຖຸ, ອຸປະກອນ ແລະ ພາຫະນະຕ່າງໆ;
2. ວິເຄາະຊັບພະຍາກອນຫໍສະໝຸດ: ກຳນົດຊື່ຫົວເລື່ອງປື້ມ, ຈັດທຳບັດລາຍການ, ບົດຄັດຫຍໍ້ໜັງສື, ບັນນານຸກົມປຶ້ມ ແລະ ວາລະສານຕ່າງໆ;
3. ປົກປັກຮັກສາ ແລະ ຟື້ນຟູຊັບພະຍາກອນຫໍສະໝຸດ: ຮັກສາຊັບພະຍາກອນຫໍສະໝຸດ, ປົກປັກຮັກສາ, ຄຸ້ມຄອງຄັງສາງຂໍ້ມູນ, ຟື້ນຟູປຶ້ມ ແລະ ເອກະສານເກົ່າແກ່ທີ່ຊໍາລຸດຊຸດໂຊມ;
4. ບໍລິການ ແລະ ສົ່ງເສີມການອ່ານ: ໃຫ້ບໍລິການການອ່ານ, ຈັດກິດຈະກຳຕ່າງໆກ່ຽວກັບການອ່ານ, ປັບໃໝຜູ້ໃຊ້ບໍລິການທີ່ລະເມີດຕໍ່ລະບຽບການຂອງຫໍສະມຸດ, ສິ່ງພິມອື່ນໆ, ໂສດທັດສະນະວັດຖຸ ທີ່ເຮັດເສຍຫາຍເປ່ເພຈີກຂາດຕາມລະບຽບການ;
5. ວຽກງານຖານຂໍ້ມູນຫໍສະໝຸດ: ປ້ອນຂໍ້ມູນປຶ້ມ, ວາລະສານ ແລະ ສື່ສິ່ງພິມລົງໃນຖານຂໍ້ມູນ, ປົກປັກຮັກສາ ແລະ ຄຸ້ມຄອງລະບົບຖານຂໍ້ມູນ; ສ້າງປຶ້ມ, ວາລະສານ, ສື່ສິ່ງພິມ ໃຫ້ກາຍເປັນເອກະສານເອເລັກໂຕຣນິກ;
6. ສະຫຼຸບ, ລາຍງານການເຄື່ອນໄຫວວຽກງານປະຈຳເດືອນ, ປະຈຳໄຕມາດ ແລະ ປະຈຳປີຂອງພະແນກ;
7. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.